ແຂວງຄຳມ່ວນ




ຄຳມ່ວນ (ອັງກິດKhammouan) ເປັນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງຕອນກາງຂອງປະເທດ ທິດຕະເວັນຕົກຕິດກັບປະເທດໄທ ແລະ ທິດຕະເວັນອອກຕິດກັບປະເທດຫວຽດນາມ, ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ. ແຂວງຄຳມ່ວນຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນພຽງແຕ່ 350 ກິໂລ ແມັດເທົ່ານັ້ນ. ແຂວງຄຳມ່ວນຍັງເປັນແຂວງທີ່ເປັນທີ່ຕັ້ງຂອງພູພຽງນາກາຍ ເຊິ່ງເປັນ ພູພຽງທີ່ອຸດົມສົມບູນ ແລະ ແຂວງຄຳມ່ວນຍັງມີສັກກະຍະພາບທາງການອຸດສາຫະກຳ ແລະ ເປັນແຂວງທີ່ມີພື້ນທີ່ກະສິກຳ ຈຳນວນຫຼາຍອີກດ້ວຍ.


ไม่มีความคิดเห็น:

แสดงความคิดเห็น